Your image

ບໍ​ລິ​ສັດ​ ຫຼັກ​ໄຊກໍ່​ສ້າງ​ຂົວ-​ທາງ​ ຈຳ​ກັດ ຜູ້​ດຽວ  (LRBC).

ພວກ​ເຮົາ​ຈະ​ສະ​ໜອງ​ວຽກ​ງານດ້ວຍມາດ​ຖານ​ທີ່​ສູງ​ທີ່​ສຸດເພື່ອ​ເຮັດ​ສຳ​ເລັດ​ຕາມສັນ​ຍາ, ໂດຍບໍ່​ປະ​ໃຫ້​ມີ​ສິ່ງ​ຕົກ​ຄ້າງ.

ປະ​ຫວັດ​ຄວາມ​ເປັນ​ມາ​ ຂອງ​ບໍ​ລິ​ສັດ

Your image

ບໍ​ລິ​ສັດ​ ຫຼັກ​ໄຊກໍ່​ສ້າງ​ຂົວ​ທາງ​ ຈໍາ​ກັດ​ຜູ້​ດຽວ ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 2010. ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ສ້າງ​ຕັ້ງ​ຂຶ້ນ​ເພືອ​ສະ​ຫນອງ​ການ​ບໍ​ລິ​ກາ ນ​ທີ່​ມີ​ຄວາມຫນ້າເຊື່ອຖືແລະມີຄຸ​ນະ​ພາບ​ໃຫ້​ແກ່​ສັງ​ຄົມ. ເຊິ່ງ​ໄດ້ໃຫ້ບໍລິການແກ່ທາງພາກ​ລັດ ແລະ ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດທີ່ຜ່ານມາຢ່າງຕໍ່ເນື່ອງ. ບັນ​ດາ​ກິດ​ຈະ​ກຳ​ຂອງ​ພວກ​ເຮົາ​ລວມ​ມີ​ການກໍ່​ສ້າງ​ເສັ້ນ​ທາງ, ຂົວ, ແລະ ທຸກ​ໂຄງ​ການ​ພັດ​ທະ​ນາພື້ນ​ຖານ​ໂຄງ​ລ່າງ. ຕະ​ຫຼອດ​ໄລ​ຍະ​ເວ​ລາ​ຫຼາຍ​ປີ​ຂອງ​ການ​ດຳ​ເນີນ​ການ ແລະ ບັນ​ດາ​ໂຄງ​ການ​ທີ່​ປະ​ສົບ​ຜົນ​ສຳ​ເລັດ, ພວກ​ເຮົາ​ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈຈາກ​ລູກ​ຄ້າ ແລະ ມີ​ຊື່​ສຽງ​ເປັນ​ທີ່ຍອມ​ຮັບ.

ບັນ​ດາ​ໂຄງ​ການ​ຂອງ​ພວກ​ເຮົາ​ລວມ​ມີ​ໂຄງການ​ທີ່​ເປັນ​ບຸ​ລິ​ມະ​ສິດ​ລ ະ​ດັບ​ຊາດ ເຊັ່ນ ໂຄງການກໍ່​ສ້າງທາງ​ປູ​ຢາງສອງຊັ້ນ ​ທາງ ເບີ04 ເຊິ່ງເລີ່ມຈາກ​ພູ​ຫົວ​ຊ້າງ - ອ່າວ​​ໃຕ້, ເມືອງ​ອະ​ນຸ​ວົງ, ແຂວງ​ໄຊ​ສົມ​ບູນ, ແລະ​ ໂຄງການກໍ່​ສ້າງ​ເສັ້ນ​ທາງ​ອື່ນໆ ເຊີ່ງປະຈຸບັນກໍ່ມີໂຄງ​ການ​ທີ່​ກຳ​ລັງ​ດຳເນີນຢູ່. ບັນ​ດາ​ໂຄງ​ການ​ທັງ​ຫມົດ​ເຫຼົ່າ​ນີ້ກວມ​ເອົາ​ມູນ​ຄ່າ​ຫຼາຍກວ່າ​ 1.000 ​ຕື້​ກີບ ຫຼື ຫຼາຍກວ່າ​ຫນຶ່ງ​ຮ້ອຍ​ລ້ານ​ໂດ​ລາ. ພວກ​ເຮົາ​ຍັງ​ສືບ​ຕໍ່​ການ​ຂະ​ຫຍາຍ​ທຸ​ລະ​ກິດ​ຂອງ​ພວກ​ເຮົາ, ປັບ​ປຸງ​ບັນ​ດາ​ກິດຈະກຳຕ່າງໆເພື່ອອຳ​ນວຍ​ຄວາມ​ສະ​ດວກ, ແລະ ຄວາມ​ອາດ​ສາ​ມາດ​ເພື່ອ​ຮັບ​ປະ​ກັນ​ວ່າ​ພວກ​ເຮົາ​ສາ​ມາດ​ປັບ​ຕົວ​ກັບ​ ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດບໍ່​ວ່າ​ຈະ​ຢູ່​ໃນ​ຕຳ​ແຫນ່ງ​ໃດ​ກໍ​ຕາມ.

ພວກ​ເຮົາ​ແມ່ນ​ໃຜ

Your image

ບໍ​ລິ​ສັດຫຼັກ​ໄຊ​ກໍ່​ສ້າງ​ຂົວ​ທາງ​ ຈໍາ​ກັດ​ຜູ້​ດຽວ, ພວກ​ເຮົາ​ໄດ້ສ້າງ​ທຸ​ລະ​ກິດ​ໃຫ້​ເປັນ​ແບບ​ຢ່າງ​ດ້ວຍ​ຄວາມຊຳນິ ຊຳນານແລະຊື່​ສຽງ​ທີ່​ສ້າງ​ມາ​ເປັນ​ເວ​ລາ 10 ປີ ເຊິ່ງ​ພວກເຮົາມີ​ຄວາມ​ພາກ​ພູມ​ໃຈ ແລະ ໃນການບໍລິການໃຫ້ແກ່ລູກຄ້າຢ່າງດີ​ເລີດ. ບໍ​ລິ​ສັດ​ຫຼັກ​ໄຊກໍ່​ສ້າງ​ຂົວ-​ທາງ​ ຈຳ​ກັດ ຜູ້​ດຽວ ເປັນ​ບໍ​ລິ​ສັດ​ກໍ່​ສ້າງ​ເສັ້ນ​ທາງ​ແຖວ​ຫນ້າ​ໃນ ສ​ປ​ປ ລາວ ທີ່​ມີ​ປະ​ສົບ​ການ​ໃນ​ການ​ເຮັດ​ວຽກ​ຢູ່​ທ້ອງ​ຖິ່ນ​ໄປ​ເຖິງ​ບັນ​ດາ​ໂ ຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຕົ້ນ​ຕໍ. ບໍ​ລິ​ສັດ​ຂອງ​ພວກ​ເຮົາ ລວມ​ມີ​ບັນ​ດາ​ໂຄງ​ການ​ເຊັ່ນ ຂະ​ຫຍາຍ​ ດ່ານ​ສາ​ກົນ , ຂົວ, ເສັ້ນ​ທາງ​, ອຸດ​ສາ​ຫະ​ກຳ ແລະ ຂົງ​ເຂດ​ການ​ພັດ​ທະ​ນາ​ຕົ້ນ​ຕໍ. ພວກ​ເຮົາ​ສືບ​ຕໍ່​ການ​ໄຈ້​ແຍກ ແລະ ຂະ​ຫຍາຍ​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ໂດຍມີ​ທີມງານ​ທີ່​ມີ​ຄຸ​ນະ​ພາ ບ​ຄວາມ​ເປັນ​ມື​ອາ​ຊີບ​ທີ່​ມີ​ພອນ​ສະ​ຫວັນ. 

ດ້ວຍ​ປະ​ຫວັດ ພື້ນ​ຖານ​ ແລະ ຜົນງານຂອງ​ພວກ​ເຮົາ ເຊິ່ງ​ພວກ​ເຮົາ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຕະ​ຫຼອດ​ໄລ​ຍະ​ເວ​ລາ​ຫຼາຍ​ປີ, ພວກ​ເຮົາ​ມີ​ສາຍ​ພົວ​ພັນ​ທີ່​ດີ​ກັບ​ບັນ​ດາ​ອົງ​ກອນ​ຂອງ​ລັດ​ຖະ​ບານ ເຊິ່ງ​ເຮັດ​ໃຫ້​ບັນ​ດາ​ໂຄງ​ການ​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ທ້ອງ​ຖີ່ນ ໂດຍ​ສະ​ເພາະ ຢູ່ແຂວງ​ໄຊ​ສົມ​ບູນ​. ໃນ ສ​ປ​ປ ລາວ ໄດ້​ເປີດ​ໂອ​ກາດ​ຫຼາຍທາງ​ໃຫ້​ແກ່​ທຸ​ລະ​ກິດ​ຂອງພວກ​ເຮົາ ​ໄດ້​ຂະ​ຫຍາຍ ແລະ ຈະເລີນເຕີບ​ໂຕຢ່າງຕໍ່ເນື່ອງ.

Your image

ນອກ​ຈາກ​ການບໍ​ລິ​ການ​ຂອງ​ພວກ​ເຮົາ, ພວກ​ເຮົາ​ໄດ້​ຂະ​ຫຍາຍ​ການ​ບໍ​ລິ​ການ​ດ້ວຍ​ການ​ພັດ​ທະ​ນາ​ທີ່​ມີ​ຄຸ​ ນະ​ພາບ​ສູງ, ຄວາມ​ເອົາ​ໃຈ​ໃສ່ ແລະ ແນ່ນອນ. ການກໍ່​ສ້າງວຽກ​ງານ​ຊື່ງ​ມີ​ລາຍ​ລະ​ອຽດ ເປັນ​ຕົ້​ນ: ການ​ປູຢາງ​ຫນ້າ​ທາງ, ວຽກ​ຂຸດ​ດິນ, ວຽກ​ໂຄງ​ສ້າງ, ວຽກ​ທໍ່, ວຽກ​ຄັດ​ເລືອກວັດ​ສະ​ດູ, ການ​ພັດ​ທະ​ນາ​ດິນ ແລະ ວຽກ​ພື້ນ​ຖານ​ໂຄງ​ລ່າງ​ເຊິ່ງ​ພວກ​ເຮົາ​ໄດ້​ຮັບ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບສູງ​ເພື່ອ​ປະ​ຕິ​ບັດ​ວຽກ​ຂອງ​ພວກ​ເຮົາ ແລະ ຕອບສະ​ຫນອງລູກຄ້າ​ຢ່າງ​ພຽງ​ພໍ. ອີງ​ໃສ່​ຄວາມ​ຕ້ອງ​ການ​ຂອງ​ໂຄງ​ການ, ພວກ​ເຮົາ​ຈະ​ຮັບ​ປະ​ກັນຕໍ່​ທຸກ​ສັນ​ຍາ​ ແລະ ເງື່ອນໄຂ ຈະ​ສຳ​ເລັດ​ຕາມ​ກຳ​ນົດ​ເວ​ລາ. ພວກ​ເຮົາ​ຈະ​ສະ​ຫນອງ​ວຽກ​ງານດ້ວຍມາດ​ຖານ​ທີ່​ສູງ​ທີ່​ສຸດເພື່ອ​ເຮັດ​ສຳ​ເລັດ​ຕາມສັນ​ຍາ, ໂດຍບໍ່​ປະ​ໃຫ້​ມີ​ສິ່ງ​ຕົກ​ຄ້າງ.

ພາ​ລະ​ກິດ & ທັດ​ສະ​ນະ​ວິ​ໄສ

Your image

ພາ​ລະ​ກິດ

ພວກ​ເຮົາ​ສູ້​ຊົນ​ທີ່​ຈະ​ເປັນ​ບໍ​ລິ​ສັດ​ກໍ່​ສ້າງ​ຂົວ​ທາງ​ອັນ​ດັບ​ຕົ້ນ​ໃນ ສ​ປ​ປ ລາວ. ບໍ​ລິ​ສັດ​ກໍ່​ສ້າງ​ຂົວ​ທາງ​ຫຼັກໄຊ ຈຳ​ກັດ ຜູ້​ດຽວ ຍິນ​ດີຈະ​ໃຫ້​ການ​ບໍ​ລິ​ການ​ແກ່​ທຸກ​ທ່ານ.

Your image

ທັດ​ສະ​ນະ​ວິ​ໄສ

ເສດ​ຖະ​ກິດ​ຂອງ​ລາວ​ຍັງ​ສືບ​ຕໍ່​ການ​ເຕີບ​ໂຕ, ພວກ​ເຮົາ​ມີ​ຈຸດ​ປະ​ສົງ​ຢາກເປັນໜຶ່ງຜູ້ປະກອບການໃນ ການພັດທະນາ ແລະປັບ​ປຸງ​ປະ​ເທດ​ຂອງ​ພວກ​ເຮົາ​ຢ່າງ​ຮອບ​ດ້ານ. ແນວ​ຄວາມ​ຄິດນີ້​ເຮັດ​ໃຫ້​ທຸ​ລະ​ກິດ​ຂອງ​ພວກ​ເຮົາ​ສືບ​ຕໍ່​ສ້າງ​ໂ ອ​ກາດ​ໃຫ້​ແກ່ປະ​ເທດ​ຊາດ​ເປັນຕົ້ນແມ່ນ ການ​ທ່ອງ​ທ່ຽວ ການ​ເດີນທາງ ເພື່ອຫຼາຍ​ເປົ້າ​ໝາຍ ແລະ ເພື່ອ​ເຂົ້າ​ເຖີ່ງ​ພື້ນ​ຖານ​ການ​ຜະ​ລິດ ແລະ ການ​ຈໍາ​ໜ່າຍ​ສິນ​ຄ້າ. ໃນ​ນີ້ສິ່ງ​ສຳ​ຄັນ​ທີ່​ສຸດ​ແມ່ນ​ການ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແ ກ່​ປະ​ຊາ​ຊົນ​ທ້ອງ​ຖິ່ນ ແລະ ຊຸກ​ຍູ້​ເສດ​ຖະ​ກິດຂອງປະເທດລາວເຮົາ.

​ປະ​ທານ​ບໍ​ລິ​ຫານ - ທ່ານ ຄຳ​ໄຊ ບຸນ​ມີ​ສີ​ດາ​ວົງ

Your image
ໃນ​ຖາ​ນະ​ຜູ້​ປະ​ກອບ​ການ​ວິ​ສາ​ຫະ​ກິດ, ນັກ​ທຸ​ລະ​ກິດ, ແລະ ຜູ້ກໍ່​ຕັ້ງ ບໍ​ລິ​ສັດ​ຫຼັກ​ໄຊກໍ່​ສ້າງ​ຂົວ​-ທາງຈຳ​ກັດຜູ້​ດຽວ, ຂ້າ​ພະ​ເຈົ້າ​ຮູ້​ສືກ​ເປັນ​ກຽດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ປະ​ກ ອບ​ສ່ວນ​ໃຫ້​ແກ່​ສັງ​ຄົມ. ຈຸດ​ປະ​ສົງ​ຂອງ​ຂ້າ​ພະ​ເຈົ້າ​ແມ່ນ​ເພື່ອ​ສືບ​ຕໍ່​ການ​ສະ​ຫນອງ​ ຄຸ​ນ​ຄ່າ ໃຫ້​ແກ່​ຊີ​ວິ​ດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊົນ​ໃນ​ຊຸມ​ຊົນ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ເຊິ່ງ​ຈະ​ກາຍ​ເປັນ​ຊັບ​ສົມ​ບັດ​ຂອງ​ຊາດ. ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ຕ້ອງ​ການ​ການ​ພັດ​ທະ​ນານ​ຫຼາຍ​ເພື່ອກໍ່​ ສ້າງ​ລະ​ບົບ​ການ​ເຮັດ​ວຽກ. ເພື່ອ​ຕອບ​ສະ​ຫນອງ​ໄດ້​ຕາມ​ຄວາມ​ຕ້ອງ​ການ​ຂອງ​ພວກ​ເຮົາ, ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ມີ​ການ​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຊີ​ເພື່ອ​ຊ່ວຍ​ ໃນ​ການ​ຄູ້ມ​ຄອງ ແລະ ການ​ບໍ​ລິ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ພື້ນ​ຖານ​ທີ່​ຈຳ​ເປັນ; ການ​ສຶກ​ສາ, ສຸ​ຂະ​ພາບ, ການ​ຜະ​ລິດ, ການ​ລົງ​ທຶນ​ໃນ​ການ​ຄ້າ, ແລະ ອື່ນໆ. ຍ້ອນ​ແນວນັ້ນ, ທຸ​ລະ​ກິດ​ທັງ​ຫມົດ​ທຸກ​ຢ່າງ​ທີ່​ຂ້​າພະ​ເຈົ້າກຳ​ລັງ​ດຳເນີນ​ໃນ ​ປັດ​ຈຸ​ບັນ​ແມ່ນ​ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ຄວາມ​ຕ້ອງ​ການ​ຂອງ​ສັງ​ ຄົມ ແລະ ລູກ​ຄ້າ.
ໂລກ​ກຳ​ລັງ​ມີ​ການ​ປ່ຽນ​ແປງ​ຢ່າງ​ໄວ​ວາ​ໃນ​ສະ​ຕະ​ວັດ​ນີ້ ເນື່ອງ​ຈາກການ​ແຂ່ງ​ຂັນ​ທາງວິ​ຊາ​ຊີບ ແລະ ລະ​ບົບ​ສະ​ຕິ​ປັນ​ຍາ​ຜ່ານ​ເຕັກ​ໂນ​ໂລ​ຊີ​ໃຫມ່ໆ​ທີ່​ກ້າວ​ຫນ້າ. ໂດຍ​ສ່ວນ​ຕົວ​ແລ້ວ, ແມ່ນ​ມີ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ການ​ປ່ຽນ​ແປງ ແລະ ການ​ພັດ​ທະ​ນາ​ບຸກ​ຄະ​ລາ​ກອນ, ທີມ​ງານ, ແລະ ອົງ​ກອນ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ໂລກ​ແຫ່ງ​ຄວາມ​ທັນ​ສະ​ໄໝໃຫ້​ແກ່​ຄວາມ​ອາດ​ສາ​ມາດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃນ​ຫຼາຍໆ​ດ້ານ. ການ​ເປັນ​ຄົນ​ທີ່​ມີ​ຈິດ​ໃຈ​ເປີດກວ້າງ ແລະ ຮ່ວມ​ມື​ກັບ​ຄູ່​ຮ່ວມ​ງານ​ສາ​ກົນ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ພາຍ​ໃນ​ປະ​ເທດ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ເຫຼົ່າ​ນີ້​ສາ​ມາດ​ແຂ່ງ​ຂັນ​ໃນ​ລະ​ດັບ​ພາກ​ພື້ນ ແລະ ສາ​ກົນ.

ການ​ບໍ​ລິ​ການ​

Sample title

ດ້ານການ​ອອກ​ແບບ

Sample title

ດ້ານການກໍ່​ສ້າງ

Sample title

ດ້ານ​ການ​ບູ​ລະ​ນະ​ສ້ອມ​ແປງ

Sample title

ການ​ສະ​ຫນອງ​ອຸ​ປະ​ກອນກໍ່​ສ້າງ 

Sample title

ຂົວ

Sample title

ເສັ້ນ​ທາງ

ລູກຄ້າ ແລະ ຄູ່ຄ້າ

Client name
Client name
Client name
Client name
Your image
Client name
Client name
Client name
Client name
Client name
Client name
Client name
Client name
Client name
Client name