ການບໍລິການ - ສ້າງເສັ້ນ​ທາງ

ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ການ​ບໍ​ລິ​ການກໍ່​ສ້າງ​ທາງ​ແມ່ນ​ການກໍ່​ສ້າງ​ເສັ້ນ​ທາງ​ດ້ວຍ​ຕົນ​ເອງ. ຈຸດ​ປະ​ສົງ​ຂອງ​ພວກ​ເຮົາ​ແມ່ນ​ເພື່ອ​ນຳ​ໃຊ້​ທີມ​ງານທີ່​ມີ​ປະ​ສົບ​ການ​ດີ​ໃນ​ການກໍ່​ສ້າງ​ເສັ້ນ​ທາງ, ມີການກໍ່​ສ້າງ​ເສັ້ນ​ທາງ​ເປັນ​ຂັ້ນ​ຕອນ​ທີ່​ລະ​ອຽດ, ເຊິ່ງ​ຕ້ອງ​ມີ​ການ​ກະ​ກຽມ, ການ​ພັດ​ທະ​ນາ​ປັບ​ປຸງ​ສະ​ຖານ​ທີ່, ຢາງ​ຕ່າງໆ, ການ​ບໍ​ລິ​ການ​ປູ​ເບ​ຕົງ, ການ​ບູ​ລະ​ນະ​ຮັກ​ສາ​ສະ​ຖານ​ທີ່ ແລະ ການ​ຄູ້ມ​ຄອງ​ເສັນ​ທາງ​ລະ​ບາຍ​ນຳເສຍ, ດີນ​ເຈື່ອນ ຕາມ​ລະ​ດູ​ການ ດ້ວຍ​ທີມ​ງານ​ທີ່​ເປັນ​ມື​ອາ​ຊີບ​ຂອງ​ພວກ​ເຮົາ, ການ​ບໍ​ລິ​ການກໍ່​ສ້າງ​ເສັ້ນ​ທາງ​ທີ່​ພວກ​ເຮົາ​ສະ​ເຫນີ​ແມ່ນ​ເພື່ອ​ຊ່ວຍ​ລູກ​ຄ້າ​ຂອງ​ພວກ​ເຮົາ ແລະ ສັງ​ຄົມ​ໃຫ້​ເຂົ້າ​ໃຈ​ລັກ​ສະ​ນະ​ຂອງວັດ​ສະ​ດຸ​ເສັ້ນ​ທາງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ບັນ​ທຸກວັດ​ສະ​ດຸທີ່​ຄາດ​ຄະ​ເນ​ໄວ້ ແລະ ການ​ຫຼຸ້ຍ​ຫ້ຽນ​ຂອງວັດ​ສະ​ດຸ. ພວກ​ເຮົາ​ມີ​ປະ​ສົບ​ການ​ໃນ​ການ​ທົດ​ສອບ ແລະ ຕີ​ລາ​ຄາ ສະ​ພາບ​ເສັ້ນ​ທາງ ແລະ ຄວາມ​ທົນ​ທານ​ຂອງວັດ​ສະ​ດຸ​ເສັ້ນ​ທາງ. ບາງ​ການ​ບໍ​ລິ​ການກໍ່​ສ້າງ​ເສັ້ນ​ທາງ​ຂອງ​ພວກ​ເຮົາ ລວມ​ມີ: ການ​ຕີ​ລາ​ຄາ ແລະ ປັບ​ປຸງ​ຢາງ​ປູ​ທາງ, ການ​ກຳ​ນົດ​ຄຸ​ນະ​ພາບ​ສ່ວນ​ປະ​ກອບ​ຂອງ​ຢາງ​ ແລະ ຄວາມ​ເຫມາະ​ສົມ​ຂອງ​ຢາງ (ນໍ້າ​ມັນ​ດິນ, ສິ່ງ​ທີ່​ສະ​ສົມ ລວມ​ທັງ​ການ​ສຳ​ຮອງ, ການ​ພັດ​ທະ​ນາ​ສິນ​ຄ້າ​ເສັ້ນ​ທາງ​ໃຫມ່, ການ​ຕີ​ລາ​ຄາ​ຄວາມ​ເສຍ​ຫາຍ​ຕໍ່ ຢາງ (ທີ່​ຖືກ​ຄວາມ​ຮ້ອນ​ຫຼາຍ​ເກີນ​ໄປ), ການ​ຄິດ​ໄລ່ປະ​ລິ​ມານ CO2 ຂອງຢາງ​ທີ່​ຜ່ານ​ເຄິ່ງ​ຄວາມ​ຮ້ອນ, ການ​ຕີ​ລາ​ຄາ/ທົດ​ສອບ​ການ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕໍ່, ການ​ກຳ​ນົດ​ສະ​ພາບ​ການ​ບູ​ລະ​ນະ​ຂອງ​ເສັ້ນ​ທາງ​ທີ່​ມີ​ຢູ່, ການ​ແຕ້ມ​ແຜນ​ການ​ສ້ອງ​ແປງ/ບູ​ລະ​ນະ​ພາຍ​ຫຼັງ, ການ​ຄາດ​ຄະ​ເນ​ອາ​ຍຸ​ການບໍ​ລິ​ການ, ບັນ​ດາ​ການ​ຄວບ​ຄຸມ​ການ​ອອກ​ແບບ​ປະ​ສົມ​ປະ​ສານ​ຂອງ​ເສັ້ນ​ທາງ, ແລະ ການກວດ​ກາ​ການ​ນຳ​ໃຊ້​ເສັ້ນ​ທາງ​ທີ່​ເຮັດ​ສຳ​ເລັດ​ແລ້ວ).

Your image
Your image
Your image
Your image