ການບໍລິການ - ກໍ່ສ້າງຂົວ

ຂົວ​ເປັນ​ສິ່ງ​ທີ່​ມີ​ເອ​ກະ​ລັກ​ສະ​ເພາະ ໃນ​ເວ​ລາກໍ່​ສ້າງ. ຂົວ​ເປັນ​ວຽກ​ທີ່​ຕ້ອງ​ການ​ຄວາມ​ລະ​ອຽດ​ສູງ, ລວມ​ທັງ​ຄວາມ​ຮູ້ ແລະ ປະ​ສົບ​ການ. ຕ້ອງ​ມີ​ການ​ນຳ​ໃຊ້ທີ່​ຫຼາກ​ຫຼາຍ​ໃນ​ເວ​ລາ​ສ້າງ​ຂົວ ເຊັ່ນ ລາຍ​ລະ​ອຽດ​ດ້ານ​ວິ​ສະ​ວະ​ກຳ, ບັນ​ດາ​ມູນ​ຄ່າ ແລະ ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ກໍ​ມີ​ບົດ​ບາດ​ຫຼາຍ​ເພື່ອ​ກຳ​ນົດ​ວິ​ທີ​ການກໍ່​ສ້າງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ເວ​ລາກໍ່​ສ້າງ​ຂົວ.

ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ມີ​ບົດ​ບັນ​ທຶກ​ການ​ຕິດ​ຕາມ​ທີ່​ດີ​ເລີດ​ໃນ​ເວ​ລາກໍ່​ສ້າງ​ຂົວ ລວມ​ທັງ​ມີ​ຫຼາຍ​ຮູບ​ແບບ​ການກໍ່​ສ້າງ. ພວກ​ເຮົາ​ສ້ອມ​ແປງ​ບັນ​ດາ​ໂຄງ​ສ້າງ​ທີ່​ຈອດ​ດ້ວຍ​ເຫຼັກ,ປະ​ຕູ​ຂົວ​ທີ່ກໍ່​ດ້ວຍ​ອິດ ແລະ ບັນ​ດາ​ຂົວ​ເບ​ຕົງ. ບັນ​ດາ​ໂຄງ​ການກໍ່​ສ້າງ​ຂອງ​ພວກ​ເຮົາ​ຖື​ເປັນ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ, ພວກ​ເຮົາ​ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ບັນ​ດາ​ບໍ​ລິ​ສັດ​ວິ​ສະ​ວະ​ກອນ​ພື້ນ​ຖານ​ໂຄງ​ລ່າງ ແລະ ເສັ້ນ​ທາງ, ບັນ​ດາ​ອົງ​ກອນ ແລະ ຜູ້​ຮັບ​ເຫມົາ.

ຜ່ານ​ການ​ສະ​ແດງ ແລະ ອອກ​ແບບ​ດ້ານ​ວິ​ຊາ​ການ​ຂອງ​ພວກ​ເຮົາ, ພວກ​ເຮົາ​ສືບ​ຕໍ່​ເພີ່ມ​ຄຸນ​ຄ່າ​ໃຫ້​ແກ່​ການ​ບໍ​ລິ​ການ​ຂອງ​ພວກ​ເຮົາ​ດ້ວຍ​ການ​ອອກ​ແບບ 3 ດີ ແລະ ການອອ​ກ​ແບບ​ພາບ​ຈຳ​ລອງ. ດ້ວຍ​ການ​ສະ​ແດງ ແລະ ຮູບ​ແບບ​ທີ່​ດີກວ່າ, ສິ່ງນັ້ນ​ໄດ້​ຊ່ວຍ​ຂັ້ນ​ຕອນ​ການ​ຕັດ​ສິນ​ໃຈ​ຂອງ​ລູກ​ຄ້າ, ເຊິ່ງ​ເຮັດ​ໃຫ້​ພວກ​ເຂົາ​ມີ​ທາງ​ເລືອກ​ໃນ​ການ​ເລືອກ​ເອົາ​ການ​ບໍ​ລິ​ການ​/ສິນ​ຄ້າ​ທີ່​ພວກ​ເຂົາ​ດ້ວຍ​ຕົນ​ເອງ.

ນອກ​ຈາກນັ້ນ ບໍ​ລິ​ສັດ​ຂອງ​ພວກ​ເຮົາ​ຍັງ​ປະ​ກອບ​ດ້ວຍ​ທີມ​ງານ​ອອກ​ແບບ, ເຊິ່ງ​ມີ​ປະ​ສົບ​ການ​ໃນ​ການອອ​ກ​ແບບ​ທຸກ​ຕົວ​ຢ່າງ​ທີ່​ລູກ​ຄ້າ​ຕ້ອງ​ການ. ລວມ​ທັງ​ການ​ເຮັດ​ວຽກ​ກັບ​ຜູ້​ຮັບ​ເຫມົາ​ໃນ​ການ​ກຳ​ນົດ​ຕາ​ຕະ​ລາງ​ເວ​ລາ ຫຼື ຂັ້ນ​ຕອນ​ການກໍ່​ສ້າງ, ອຸດ​ສາ​ຫະ​ກຳ​ການກໍ່​ສ້າງ​ຂົວ​ຍັງ​ສືບ​ຕໍ່​ພັດ​ທະ​ນາ ແລະ ພວກ​ເຮົາ​ຈະ​ສືບ​ຕໍ່​ປັບ​ປຸງ​ເຕັກ​ໂນ​ໂລ​ຊີ​ໃຫມ່ໆ​ທີ່​ເສື່ອມ​ໂຍງ​ກັບ​ການກໍ່​ສ້າງ​ຂົວ.

Your image
Your image