ການບໍລິການ - ​ສະ​ໜອງ​ອຸ​ປະ​ກອນກໍ່​ສ້າງ

ພວກ​ເຮົາ​ມີ​ຄວາມ​ພາກ​ພູມ​ໃຈ​ໃນ​ການ​ສະ​ຫນອງ​ອຸ​ປະ​ກອນ​ການກໍ່​ສ້າງ ແລະ ສິນ​ຄ້າ​ທີ່​ມີ​ຄຸ​ນະ​ພາບ​ດີ​ທີ່​ສຸດ ເມື່ອ​ສະ​ຫນອງ​ການ​ບໍ​ລິ​ການ​ໃຫ້​ແກ່​ລູກ​ຄ້າ. ໃນ​ແຕ່​ລະ​ມື້, ພວກ​ເຮົາ​ໃຫ້​ບຸ​ລິ​ມະ​ສິດ​ເພື່ອ​ໃຫ້​ແນ່​ໃຈ​ວ່າ​ອຸ​ປະ​ກອນ​ຂອງ​ພວກ​ເຮົາ​ຢູ່​ໃນ​ສະ​ພາບ​ດີ​ທີ່​ສຸດ. ເພື່ອ​ຮັບ​ປະ​ກັນ​ວ່າ​ອຸ​ປະ​ກອນ​ຂອງ​ພວກ​ເຮົາໄປເຖິງລູກຄ້າ​ຢູ່​ໃນ​ສະ​ພາບ​ດີ​ທີ່​ສຸດ, ພວກ​ເຮົາ​ສາ​ມາດ​ຄວບ​ຄຸມ​ບັນ​ດາ​ມູນ​ຄ່າ​ໂຄງ​ການ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງສິນຄ້າຕໍ່​ລູກຄ້າ. ພວກ​ເຮົາ​ຮັບ​ປະ​ກັນ​ວ່າ​ອຸ​ປະ​ກອນ​ຂອງ​ພວກ​ເຮົາ​ຖືກ​ນຳ​ໃຊ້​ໃນ​ແຕ່​ລະ​ວັນ​ດ້ວຍ​ຄວາມ​ເອົາ​ໃຈ​ໃສ່​ເພື່ອ​ປະ​ຕິ​ບັດ​ວຽກ ເປັນ​ຕົ້ນ​ແມ່ນ​ວຽກ​ສິ່ງ​ນຳ​ໃຊ້​ໃຕ້​ພື້ນ​ດິນ, ການ​ກະ​ກຽມ​ສະ​ຖານ​ທີ່, ການ​ຕັ້ງ​ເສົາ​ເຫຼັກ, ເບ​ຕົງ, ບັນ​ດາ​ອາ​ຄານ​ທີ່​ເປັນ​ໂລ​ຫະ ແລະ ອື່ນໆ.

ໃນ​ຖາ​ນະເຈົ້າ​ຂອງ​ໂຄງ​ການ ແລະ ຜູ້​ຈັດ​ການໂຄງ​ການ, ພວກ​ເຮົາ​ເຂົ້າ​ໃຈ​ວ່າ​ຕ້ອງ​ເຮັດ​ສິ່ງ​ໃດ​ເພື່ອ​ເຮັດ​ໃຫ້​ໂຄງ​ການ​ປະ​ສົບ​ຜົນ​ສຳ​ເລັດ, ແຕ່​ກໍ​ມີ​ບັນ​ດາ​ຄວາມ​ທ້າ​ທາຍ. ການ​ສະ​ຫນອງ​ອຸ​ປະ​ກອນ​ການກໍ່​ສ້າງ ເຊັ່ນ ການ​ສະ​ຫນອງ​ພະ​ນັກ​ງານ, ການ​ບໍ​ລິ​ຫານ, ໂລ​ຈິ​ສ​ຕິກ, ເງິນ​ສົດ​ເບື້ອງ​ຕົ້ນ, ບັນ​ດາ​ໃບ​ບິນ​ຕ່າງໆ​ຈາກ​ຜູ້​ສະ​ຫນອງ, ການ​ສູນ​ເສຍ​ເຄື່ອງ​ມື, ໂຈນ ຫຼື ຂີ້​ລັກ ແລະ ການ​ນຳ​ໃຊ້​ທີ່ບໍ່​ຖືກ​ຕ້ອງ ແລະ ສຸດ​ທ້າຍ ບັນ​ຫາ​ສາງ​ເກັບ​ມ້ຽນ​ເຄື່ອງ​ມື.

Your image
Your image
Your image
Your image
Your image
Your image