BCEL ເປັນທະນາຄານການຄ້າຕ່າງ​ປະ​ເທດ​ລາວ​ມະ​ຫາ​ຊົນ ເປັນ​ທະ​ນາ​ຄານ​ທຸ​ລະ​ກິດ​ອັນ​ດັບ​ໜຶ່ງຂອງປະເທດລາວ ດ້ວຍຄວາມໂປ່ງໃສແລະຊື່ສຽງເປັນ​ທີ່ຍອມ​ຮັບ​ຈາກ​ສັງ​ຄົມໃນດ້ານການບໍລິການ​ໄດ້​ມາດ​ຕະ​ຖານ. ເຊິ່ງທະນາຄານ BCEL ໄດ້ສ້າງຕັ້ງຂຶ້ນໃນປີ 1975 ແລະໄດ້ອໍານວຍຄວາມສະດວກໃຫ້ແກ່ສັງ​ຄົມລາວແຕ່ນັ້ນມາ. BCEL ຍັງສືບຕໍ່ພັດທະນາເລື່ອຍໆ ແລະ ຍັງ​ໄດ້ ລົງ​ທືນ​ຮ່ວມ​ທະ​ນາ​ຄານ​ອື່ນໆ ເຮັດໃຫ້ BCEL ມີພັນທະມິດທີ່ເຂັ້ມແຂງຕໍ່ອົງກອນນາໆຊາດ, ຜູ້ປະກອບການຕ່າງປະເທດ ເພື່ອ​ເຮັດໃຫ້ໂອກາດໃນການພັດທະນາ ແລະ ຂະຫຍາຍຕົວ. ເຊິ່ງການຂະຫຍາຍຕົວ ເຮັດໃຫ້BCEL ປະສົບຜົນສຳເລັດເປັນຢ່າງຍິ່ງ. ສະນັ້ນຕັ້ງແຕ່ປີ2010 BCEL ໄດ້ເປີດຫຸ້ນ ໃນຕະຫລາດຫລັກຊັບລາວຢ່າງເປັນທາງການ. 

ເນື່ອງຈາກບໍລິສັດຫລັກໄຊ ເປັນລູກຄ້າຂອງທະນາຄານBCEL ມາຫລາຍກວ່າ10ປີ ດ້ວຍປະສົບການແລະຄວາມສຳພັນທີ່ຜ່ານມາ ທາງທະນາຄານໄດ້ໃຫ້ການບໍລິການທີ່ມີຄຸນນະພາບສູງ, ບໍລິການວ່ອງໄວທັນໃຈ, ຖືກຕ້ອງ ແລະ ເຊື່ອຖືໄດ້. ຕັ້ງແຕ່ ທະນາຄານໄດ້ເປີດສິດໃນການຖືຫຸ້ນໃນຕະຫລາດຫລັກຊັບລາວ, ບໍລິສັດຫລັກໄຊ ໄດ້ມີໂອກາດຖືຫຸ້ນສອງເປີເຊັນຂອງທັງຫມົດ.